ການຄຸ້ມຄອງ
View in english versionພາກທີ 1. Move Service
ມາດຕາ 1 (ປະກັນໄພ)
ສໍາລັບຈຸດປະສົງຂອງການຊົດເຊີຍຄວາມເສຍຫາຍທີ່ເກີດຈາກອຸປະຕິເຫດໃນລະຫວ່າງການໃຊ້ Move servvice, ບໍລິສັດອາດຈະເຊັນ ສັນຍາກັບລູກຄ້າໃນຖານະຜູ້ເອົາປະກັນໄພ ແລະ ບໍລິສັດໃນຖານະຄູ່ສັນຍາ, ແລະ ລູກຄ້າຕົກລົງເຫັນດີກັບເລື່ອງນີ້.
ລາຍລະອຽດຂອງສັນຍາຢູ່ພາຍໃຕ້ການຄວບຄຸມໂດຍນະໂຍບາຍການປະກັນໄພ, ແລະບັນຫາທີ່ບໍ່ໄດ້ລະບຸໃວ້ໃນເງື່ອນໄຂຂອງການປະກັນໄພນີ້ ຈະຖືກຄຸ້ມຄອງໂດຍບໍລິສັດປະກັນໄພ.
ການໃຫ້ບໍລິການຂອງ Hero ທີ່ກ່ຽວຂ້ອງກັບລູກຄ້າແມ່ນໄດ້ຮັບການປະກັນດ້ວຍປະກັນໄພ, ແຕ່ຍັງຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍ ອື່ນໆ ທີ່ບໍ່ໄດ້ຮັບການຊົດເຊີຍຕາມນະໂຍບາຍປະກັນໄພ.
ລູກຄ້າສາມາດຕັດສິນໃຈສະໝັກປະກັນໄພໄດ້ ຂຶ້ນກັບປະເພດລົດ. ບໍລິສັດຈະບໍ່ຮັບຜິດຊອບຕໍ່ການບາດເຈັບ, ຄວາມເສຍຫາຍ, ຫຼືຄວາມຮັບຜິດຊອບໃນລະຫວ່າງການໃຊ້ບໍລິການຖ້າລູກຄ້າຕັດສິນໃຈທີ່ຈະບໍ່ສະຫມັກຂໍເອົາປະກັນໄພ.
ມາດຕາ 2 (ສີ່ງທີ່ຕ້ອງຫ້າມ ສຳລັບລູກຄ້າ)
ເພື່ອຮັກສາລະບຽບການ ແລະ ມາດຕະຖານຄຸນນະພາບການບໍລິການຂອງ KOKKOK Move, ສິ່ງທີ່ລູກຄ້າຄວນເອົາໃຈໃສ່ ໃນຂໍ້ຫ້າມ ດັ່ງຕໍ່ນີ້:
ການປະພຶດທີ່ບໍ່ເໝາະສົມຢູ່ໃນພະຫະນະ
ການສູບຢາ
ການດື່ມ
ການກິນ
ການຖິ້ມຂີ້ເຫຍື້ອທາງໃນແລະທາງນອກ ອອກຈາກຍານພາຫະນະ
ການກະທຳທີ່ເປັນການລົບກວນການຂັບຂີ່ຂອງ Hero
ກີດຂວາງການເບິ່ງ
ການສຳພັດທາງດ້ານຮ່າງກາຍ
ການຄວບຄຸມອຸປະກອນການຂັບລົດໄດ້
ການກະທຳທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ພາຫະນະ
ການທໍາລາຍພາຫານະ
ການຂູດ
ການນໍາໃຊ້ສານຫນຽວເຊັ່ນ: ກາວ
ການຂົນສົ່ງພັດສະດຸ ຂະໜາດໃຫຍ່
ພັດສະດຸມີຂະໜາດເກີນຄວາມກວ້າງຂອງລົດ
ພັດສະດຸມີຂະໜາດທັງໝົດ (ກວ້າງ, ຍາວ, ສູງ) ເກີນ 158cm
ການຄອບຄອງວັດຖຸທີ່ເປັນອັນຕະລາຍ
ອາວຸດປືນ, ມີດ ແລະ ອາວຸດອື່ນໆ
ວັດຖຸລະເບີດ ແລະ ໄວໄຟ
ການເອົາສັດລ້ຽງມາຂື້ນລົດນຳ ໂດຍບໍ່ມີການບັນຈຸອຸປະກອນການຂົນສົ່ງສັດລ້ຽງຢ່າງຖືກຕ້ອງ
ການກະທຳ ຫຼື ການເຄື່ອນໄຫວອື່ນໆ ທີ່ເປັນການລະເມີດກົດໝາຍຂອງ ສປປ ລາວ
ມາດຕາ 3 (ສີ່ງທີ່ຕ້ອງຫ້າມສຳລັບ Hero)
ລູກຄ້າສາມາດແຈ້ງໂດຍກົງ ຫາບໍລິສັດໄດ້ ຫາກພົບເຫັນການກະທໍາທີ່ບໍ່ເມຫາະສົມຂອງ Hero ດັ່ງຕໍ່ໄປນີ້:
ການປະພຶດທີ່ບໍ່ເໝາະສົມຢູ່ໃນພະຫະນະ
ການສູບຢາ
ການດື່ມ
ການກິນ
ການຖິ້ມຂີ້ເຫຍື້ອທາງໃນແລະທາງນອກ ອອກຈາກຍານພາຫະນະ
ການປະພືດທີ່ມີຜົນກະທົບຕໍ່ຄວາມປອດໄພຂອງລູກຄ້າ
ການນຳໃຊ້ໂທລະສັບໃນຂະນະທີ່ຂັບລົດ
ເມົາແລ້ວຂັບ
ເກີນຂອບເຂດກໍານົດຄວາມໄວທີ່ໄດ້ກໍານົດໄວ້ໂດຍບໍລິສັດ ແລະ ກົດໝາຍຂອງ ສປປ ລາວ
ການລະເມີດໄຟຈາລະຈອນ
ການກະທຳທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ພາຫະນະ
ການທໍາລາຍພາຫານະ
ການຂູດ
ການນໍາໃຊ້ສານຫນຽວເຊັ່ນ: ກາວ
ການຂໍເງິນທິບ
ການຮຽກຮ້ອງເງິນເພີ່ມເຕີມ ຈາກມູນຄ່າທີ່ສະແດງຢູ່ໃນຈໍ KOKKOK Move
ການປະຕິເສດຈ່າຍເງິນທອນລູກຄ້າຕາມຈໍານວນທີ່ຖືກຕ້ອງແລະເຫມາະສົມ
ການຂັບຂີ່ພາຫະນະທີ່ແຕກຕ່າງຈາກການລະບຸປ້າຍລົດໃນ KOKKOK Move
ອະນຸຍາດໃຫ້ບຸກຄົນອື່ນທີບໍ່ແມ່ນ Hero ທີ່ສະແດງຢູ່ແອັບ KOKKOK Move ຂັບແທນ
ການກະທຳ ຫຼື ການເຄື່ອນໄຫວອື່ນໆ ທີ່ເປັນການລະເມີດກົດໝາຍຂອງ ສປປ ລາວ
ອັບເດດລ່າສຸດ: ວັນທີ 2 ມັງກອນ 2025